ວິກິພີເດຍ
lowiki
https://lo.wikipedia.org/wiki/%E0%BB%9C%E0%BB%89%E0%BA%B2%E0%BA%AB%E0%BA%BC%E0%BA%B1%E0%BA%81
MediaWiki 1.39.0-wmf.25
first-letter
ສື່
ພິເສດ
ສົນທະນາ
ຜູ້ໃຊ້
ສົນທະນາຂອງຜູ້ໃຊ້
ວິກິພີເດຍ
ສົນທະນາກ່ຽວກັບວິກິພີເດຍ
ຮູບ
ສົນທະນາກ່ຽວກັບຮູບ
ມີເດຍວິກິ
ສົນທະນາກ່ຽວກັບມີເດຍວິກິ
ແມ່ແບບ
ສົນທະນາກ່ຽວກັບແມ່ແບບ
ຊ່ວຍເຫຼືອ
ສົນທະນາກ່ຽວກັບຊ່ວຍເຫຼືອ
ໝວດ
ສົນທະນາກ່ຽວກັບໝວດ
TimedText
TimedText talk
Module
Module talk
Gadget
Gadget talk
Gadget definition
Gadget definition talk
Xaysouvanh Phengphong
0
9108
95046
65722
2022-08-17T16:20:28Z
218.50.32.175
wikitext
text/x-wiki
'''ໄຊສຸວັນ ແພງພົງ''' [http://xaysouvanhphengphong.blogspot.com/2012/12/page-1.html Xaysouvanh Phengphong] ເກີດ 17 ຕຸລາ 1950 ທີ່ບ້ານທ່າງ່ອນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ສ.ປ.ປ. ລາວ - ພໍ່ຄຣູເສົາ ຫານລອດຊົມພູ ເຊື້ອສາຍລ້ອງງື່ມ ບ້ານບຸ່ງພ້າວ, ເມືອງທຸລະຄົມ, ແຂວງວຽງຈັນ. ແມ່ບົວພັນ ເຊື້ອສາຍຫົວຊຽງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ. ມີແມ່ຕູ້ມີເຊື້ອສາຍອຳເພີໂພນພິໄສ, ໜອງຄາຍ ປະເທດໄທ (ສໄມນັ້ນຍັງເປັນພາກສ່ວນນຶ່ງຂອງລາວ). ພາຍຫລັງຮຽນຈົບຊັ້ນ"ມັດທະຍົມປາຍ-ສາຍຄະນິດສາດແລະວິທະຍາສາດທັມມະຊາດ" (Bacheliér en Mathématiques et Sciences de la Nature - Académie de Montpellier - France) ທີ່"ວິທະຍາໄລວຽງຈັນ" ໃນສົກຮຽນ 1969-70. ໄຊສຸວັນໄດ້ສມັກເຂົ້າຮຽນເປັນນັກບິນຂົນສົ່ງກອງທັບອາກາດພຣະຣາຊອານາຈັກລາວໃນປີ 1970 ໂດຍເລີ່ມຝຶກບິນດ້ວຍຍົນນ້ອຍ O1-A ທີ່"ວິທະຍາຄານອາກາດສວັນນະເຂດ". ເຂົາໄດ້ຝຶກບິນຍົນ C-47 ແລະ AC-47 ຢູ່ນຳຝຸງບິນພິເສດ (Det 1 Squadron) ຂອງກອງທັບອາກາດສະຫະຣັດອະເມຣິກາ (US Air Force) ຕັ້ງຢູ່ທີ່ອຸດອນ ປະເທດໄທ, ໄດ້ຝຶກບິນຍົນ C-123K ນຳບໍຣິສັດແອຣ໌ອະເມຣິກາ (Air America) ທີ່ສນາມບິນວັດໄຕ, ວຽງຈັນ ແລະພາຍຫລັງປ່ຽນລະບອບ ໄຊສຸວັນ ຖືກສົ່ງໄປຮຽນບິນຍົນ Antonov 24-RV ຢູ່ນຳສະຖາບັນການບິນພົນລະເຮືອນຊັ້ນສູງ ອາເອໂຣໂຟລດ (Aeroflot) ທີ່ຢູແກຣນ (Ukraine) ສໄມນັ້ນຍັງເປັນສ່ວນນຶ່ງຂອງສະຫະພາບໂຊວຽດ. ໄຊສຸວັນ ເປັນນັກບິນກອງທັບອາກາດ 5 ປີ ແລະພາຍຫລັງປ່ຽນລະບອບກໍກາຍມາເປັນກັບຕັນ, ຄຣູສອນນັກບິນ, ນັກບິນທົດລອງ, ຫົວໜ້າກອງບິນ ອານໂຕນົບ-24 ຂອງບໍຣິສັດແຫ່ງຊາດ "ການບິນລາວ" (Lao Aviation) 11 ປີ. ເຂົາອຳລາທ້ອງຟ້າ ຢຸດເຊົາອາຊີບນັກບິນ ໃນເດືອນ 8 ປີ 1986 ພາຍຫລັງບິນໄດ້ 16 ປີ. ໄຊສຸວັນອອກຈາກແຜ່ນດິນແມ່ເມື່ອເດືອນກຸມພາ 1991 ມາພຳນັກຢູ່ນະຄອນຫລວງຊອນເລັກ Salt Lake City, [https://daewoen.co.kr/ Utah] ຣັດຢູທາ ສະຫະຣັດອະເມຣິກາ. ເຖິງປີ 1996 ເຂົາຖືກຮັບເປັນພົນລະເມືອງສະຫະຣັດອະເມຣິກາ US Citizen, ດຳລົງຊີບຢູ່ West Valley City, Utah. ປີດຽວກັນກັບເຂົາຮຽນຈົບຫລັກສູດ 18 ເດືອນ ວິຊາ"ໂປຣແກຣມເມີ" (Computer Programmer from the Certified Careers Institute). ເຂົາແຕ່ງງານເທື່ອທີ 1 ກັບ ວຽງສອນ ສີຣິສຸກ ຢູ່ນະຄອນຫລວງວຽງຈັນ ໃນປີ 1973, ໄດ້ລູກສາວ 2 ຄົນ: ນະພາວັນ, ນະພາພອນ ແລະລູກຊາຍ 2 ຄົນ: ສອນສິນໄຊ, ສອນສຸວັນ. ແຕ່ງງານເທື່ອທີ 2 ໃນປີ 1993 ກັບ ຣັຊນີນາດ ຈາຣຸອາດູນ ທີ່ນະຄອນຊອນເລັກຄ໌, ຣັດຢູທາ, ສະຫະຣັດອະເມຣິກາ.

"ໄຊສຸວັນ ແພງພົງ" (ນັກບິນ-ນັກຂຽນ-ນັກກະວີສອງພາສາ Pilot-Writer-Bilingual Poet) ເລີ່ມແຕ່ງກາບກອນມາຕັ້ງແຕ່ອາຍຸ 15 ປີ ຕອນຍັງຮຽນຢູ່ຊັ້ນ ມ 2 ທີ່ວິທະຍາໄລວຽງຈັນ. ເຂົາເລີ່ມຂຽນເລື່ອງສັ້ນໃນປີ 1980 ແລະ "ນົກສິບຝົນ" ນິຍາຍນັກບິນສອງຟ້າ-ສາກນຶ່ງຂອງສົງຄາມອິນດູຈີນ ຊຶ່ງຖືກພິມເປັນປຶ້ມພາສາລາວ ຢູ່ໃນ ສປປ.ລາວ ແລະລົງພິມໃນວາຣະສານ "ເນຊັ່ນ-ສຸດສັບປະດາ" (Nations Weekly) ເປັນພາສາໄທ ຈຳນວນ 26 ສະບັບຈຶ່ງຈົບ. ໂຮມເລື່ອງສັ້ນແລະບົດກະວີ "ເຫລົ້າເທວະດາ" ເປັນພາສາລາວ ແລະ "ຄວາຍໂດຍສານ" ໂຮມເລື່ອງສັ້ນເປັນພາສາໄທ. ນອກນັ້ນ ຜົນງານບາງບົດກໍຖືກແປເປັນພາສາໄທ, ກະວີບົດນຶ່ງເປັນພາສາບຸນກາຣີ ແລະເລື່ອງສັ້ນເລື່ອງນຶ່ງເປັນພາສາຝຣັ່ງເສດ. ເລີ່ມຕົ້ນສະຕະວັດທີ 21 ໄຊສຸວັນ ເລີ່ມມີແວັບຊາຍເປັນຂອງຕົນເອງ ແລ້ວກໍໂພສຜົນງານບົດກະວີ, ເລື່ອງສັ້ນ, ບົດບັນທຶກຄວາມຊົງຈຳອ໋ອນລາຍ. ຫລັງຈາກ ປີ 2010 ເຂົາເລີ່ມມີຜົນງານອອກເປັນປຶ້ມເຈັ້ຽດ້ວຍຕົນເອງ.

'''ຜົນງານວັນນະກັມທີ່ເຜີຍແຜ່ແລ້ວທາງອ໋ອນລາຍ''' '''(online literature works)'''
ທ້ອນໂຮມໄວ້ຢູ່ໃນແວັບຊາຍ [http://www.xphengphong.com/ www.xphengphong.com]
'''ເປັນພາສາລາວ'''

"[http://xpmother.blogspot.com/2014/08/blog-post.html ແມ່]" (ໂຮມບົດກະວີເລືອກເຟັ້ນສໄມແຕ່ງຢູ່ໃນແຜ່ນດິນແມ່)

"[http://xsvppbirds10autumns.blogspot.com/2012/02/cover.html ນົກສິບຝົນ]" (ນິຍາຍຊີວິດຂອງນັກບິນສອງຟ້າ-ສາກນຶ່ງຂອງສົງຄາມອິນດູຈີນ) The Birds of Ten Autumns

"[http://www.seoswartclassic.blogspot.com/ ສຽວສວາດ]" (ຈາກເຄົ້າມູນປຸນແປງເປັນກອນ) ເລືອກນິທານພາສິດ ມາແຕ່ງເປັນກອນອ່ານ 45 ບົດ ດ້ວຍພາສາລາວຍຸກປັດຈຸບັນ.

"[http://xsvpaintingtheworld.blogspot.com/ ແຕ້ມໂລກດ້ວຍອັກສອນ]" (ໂຮມກະວີອ໋ອນລາຍ ຊຸດທີ 1)

"[http://xsvppyellowleaves.blogspot.com/ ໃບເຫລືອງຫລົ່ນ]" (ໂຮມກະວີອ໋ອນລາຍ ຊຸດທີ 2)

"[http://xpfreedompoems.blogspot.com/ ອິສຣະພາບ]" (ໂຮມກະວີອ໋ອນລາຍ ຊຸດທີ 3)
"[http://xpmountainstream.blogspot.com/2014/04/0.html ຫ້ວຍນ້ອຍເທິງພູ]" (ໂຮມກະວີອ໋ອນລາຍ ຊຸດທີ 4)
"[http://xpindarknesspoems.blogspot.com/2015/03/0.html ໃນຄວາມມືດ]" (ໂຮມກະວີອ໋ອນລາຍ ຊຸດທີ 5)
"[http://xpescapeselfshadow.blogspot.com/2016/03/blog-post.html ໜີເງົາ]" (ໂຮມກະວີອ໋ອນລາຍ ຊຸດທີ 6)
"[http://xpthevaluablefaith.blogspot.com/2017/02/0.html ຄວາມເຊື່ອລາຄາແພງ]" (ໂຮມກະວີອ໋ອນລາຍ ຊຸດທີ 7)
"ຊີວິດໃຕ້ໃບໂພ" (ໂຮມກະວີອ໋ອນລາຍ ຊຸດທີ 8)
"[http://xpgoldmedal2016.blogspot.com/2015/03/0.html ຈານໃສ່ສີຄາມ]" (ໂຮມກະວີຊຸດກວດສອບຫລຽນຄຳ ຄັ້ງທີ 1 ຂອງວົງການກະວີນິພົນລາວທົ່ວໂລກ)

"[http://xsvpp4linepoems.blogspot.com/ ກະວີ 4 ແຖວ]" (ໂຮມບົດກອນສັ້ນ)

"[http://xsvppironic.blogspot.com/ ສຳນວນແພອິໂປ້]" (ໂຮມບົດກອນວິຈານ ສຽດສີສັງຄົມ)
"[http://xptamnam.blogspot.com/2014/02/0.html ການມຸ້ງແຫ່ງລຸ່ມນໍ້າຊຽງ]" (ໂຮມສຳນວນກະວີວິຈານ)

"[http://xsvppshortstories1.blogspot.com/ ເມັຽປະ]" (ໂຮມເລື່ອງສັ້ນ 15 ເລື່ອງ)

"[http://xsvpponmyway.blogspot.com/ ຢູ່ນຳທາງຊີວິດ]" (ຄວາມຊົງຈຳຕອນເຍົາໄວ)

"[http://xsvpp20yearsinusa.blogspot.com/ 20 ປີທີ່ເມກາ - ຫລັງຄາມຸງດາວ]" (ບົດບັນທຶກຊີວິດໃນອະເມຣິກາ)

"[http://xpblessingsky.blogspot.com/2014/08/0.html ຟ້າຊ່ອຍ]" (ຄວາມຊົງຈຳ 16 ປີໃນທ້ອງຟ້າ)

"[http://secretpoemlaoking.blogspot.com/ ສານສຶບພະສູນ]" (ຮຽບຮຽງຄຳກະວີຂອງພຣະເຈົ້າອະນຸວົງ - ພາສາລາວ)

"[http://sungseanxai.blogspot.com/ ສັງສິນໄຊ]" (ຮຽບຮຽງເປັນສະບັບອ໋ອນລາຍຈາກສະບັບພິມປີ 1949-1951-1962)

"[http://xsvppstoriesiwrote.blogspot.com/ ຂ້ອຍຂຽນເລື່ອງສັ້ນ]" (ຖອດຖອນບົດຮຽນແລະປະສົບການ)
'''ເປັນພາສາໄທ'''
"[https://www.gotoknow.org/blog/myfourlinespoems ກະວີ 4 ແຖວ - ພາສາໄທ]"
"[http://laoheroickingpoem.blogspot.com/ ສານລຶບພະສູນ - ພາສາໄທ]" (ຮຽບຮຽງເປັນພາສາໄທ)
"[https://www.gotoknow.org/blog/neenat?page=2&local ສຽວສວາດ - ພາສາໄທ]" (ຈາກເຄົ້າມູນປຸນແປງເປັນກອນ ແລ້ວຖອດອອກເປັນພາສາໄທ)
'''ເປັນພາສາອະເມຣິກັນ'''
Many poems posted in [https://www.poetrysoup.com/poems_poets/poems_by_poet.aspx?ID=39325 PoetrySoup by Xaysouvanh Phengphong]

"[http://www.laoampilotwriter.blogspot.com/ Unique Moon]"

"[http://xaypptheseagulls.blogspot.com/2013/12/0-front-cover.html The Seagulls]" (The 2nd online compilation of poems)
'''ຜົນງານທີ່ພິມອອກເປັນປຶ້ມແລ້ວ'''
"ແດນມະຫັສຈັນ" ໂຮມ 24 ເລື່ອງສັ້ນ ປີ 2015
"ແຕ້ມໂລກດ້ວຍອັກສອນ" ISBN 978-1-64007-935-9 ປີ 2017
"ໃບເຫລືອງຫລົ່ນ" ISBN 978-1-5136-2897-4 ປີ 2017
"ໜີເງົາ" ISBN 978-1-5136-2898-1 ປີ 2018
"ຢູ່ໄດ້ດ້ວຍຮັກ" ISBN 978-164007934-2 ໂຮມ"ກອນອ່ານແພງພົງ" ປີ 2017
"ສຽວສວາດ" ISBN 978-1-5136-2899-8 ປີ 2018
'''Compilations on paperback in American language'''
"Unique Moon" ISBN 978-1-62407-745-6 published in the USA in 2012. The 2nd Edition in 2016
"Dancing Flame" ISBN 978-1-5136-0015-4 in 2015. The 2nd compilation in 2017
"White Cloud" <nowiki>ISBN 978-164007936-6</nowiki> in 2017
'''Compiled works with others Poets:'''
"The Glistening Stars" ISBN 1-57553-797-4 in 1998
"Awaking to Sunshine" ISBN 1-57553-537-1 in 2000
"America At The Millennium - The Best Poems and Poets in The 20th Century ISBN 1-58235-726-9 in 2000
"Great Poems of the Western World" ISBN 0-0970445-4-2 in 2010 and in 2015
"Sunflowers and Seashells" Days Remembered ISBN 978-1-90880-079-1 in 2010
"Best Poets of 2013" Volume 3 ISBN 978-1-60880-245-6 in 2013
"Great Poets Across America' A celebration of National Poetry Month ISBN 978-1-61936-051-8 in 2012
"International Who's Who in Poetry" ISBN 978-1-61936-074-7 in 2013
"Who's Who in American poetry" ISBN 978-1-60880-291-3 in 2013
"American Poets" ISBN 978-1-60880-531-0 in 2016
"europe revue litteraire mensuelle" ISSN 0014-2751 France in 2003
'''ບົດກະວີປະກອບສຽງ''' (Musical poems)

[http://xpmusicalpoems.blogspot.com/ ຄລິກຟັງບົດກະວີປະກອບສຽງ]

'''ຜູ້ກໍ່ຕັ້ງວົງການກະວີນິພົນລາວທົ່ວໂລກ'''

ໄຊສຸວັນ ແພງພົງ ພ້ອມດ້ວຍນັກກະວີຮຸ່ນນ້ອງ 2 ຄົນ [https://www.facebook.com/viradeth.chitdamrong ວິຣະເດຊ ຈິຕດຳຣົງຄ໌] (ມະນີຣັຕນ໌) ແລະ [https://www.facebook.com/eileen.kanya?fref=ts ບຸນມີ ກັນຍາ] (ລາວເລດີ1) ພາກັນກໍ່ຕັ້ງ "ສັງສັນນັກກະວີລາວ" ຂຶ້ນໃນເດືອນສິງຫາ ປີ 2010 ຊຶ່ງຕໍ່ມາໄດ້ມີວິວັດທະນາການຈຶ່ງປ່ຽນຊື່ມາເປັນ "[http://www.laopoetsinter.org/ ວົງການກະວີນິພົນລາວທົ່ວໂລກ]" ອັນເປັນບ່ອນເຕົ້າໂຮມທາງອ໋ອນລາຍ ຂອງບັນດານັກກະວີລາວທົ່ວທຸກມຸມໂລກ.
[http://www.laopoetsinter.org/ Lao Poetry Society Worldwide]. ໃນປີ 2016 ໄດ້ສຳເລັດຜົນການກວດສອບປະເພດກອນລາວຫລາຍກວ່າ 12 ປະເພດ ວົງການກະວີຈຶ່ງໄດ້ມອບກຽດສັກສີດ້ວຍຫລຽນຄຳແລະໃບປະກາສະນິຍະບັດໃຫ້ນັກກະວີເຊື້ອສາຍລາວ 64 ຄົນ ຢູ່ໃນທົ່ວທຸກມຸມໂລກ.
ຕັ້ງແຕ່ ປີ 2015 ວົງການກະວີນິພົນລາວທົ່ວໂລກໄດ້ເປີດການກວດສອບ"ກອນອ່ານປາງຄໍາ" ເພື່ອມອບ"ຫລຽນກະວີຜູ້ສືບທອດປູ່ປາງຄໍາ" ໃຫ້ນັກກະວີຮ່ວມສັງກັດວົງການ. ຄັ້ງທີ 4 ໃນປີ 2018 ວົງການກະວີນິພົນລາວທົ່ວໂລກ-ສາຂາທະວີບອະເມຣິກາ ເປັນເຈົ້າພາບຊຶ່ງມີນັກກະວີໄດ້ຮັບ"ຫລຽນປູ່ປາງຄໍາ"ຈໍານວນ 47 ຄົນ.

'''ຜູ້ປະຍຸກ"ກອນອ່ານແພງພົງ"'''
ໃນປີ 2016 ໄຊສຸວັນ ແພງພົງ ໄດ້ປະກາດການປະຍຸກຢ່າງເປັນທາງການ (ຊຶ່ງໃນຕົວຈິງກອນປະຍຸກປະເພດຕ່າງໆໄດ້ແຕ່ງມາກ່ອນແລ້ວຫລາຍປີ) "ກອນອ່ານແພງພົງ" ແລະໄດ້ຈັດພິມເປັນປຶ້ມໂຮມຜົນງານຂອງ 41 ນັກກະວີດາວປະກາຍແສງ ຊື່ວ່າ: "ຢູ່ໄດ້ດ້ວຍຮັກ". ຢູ່ໄດ້ດ້ວຍຮັກຖືກພິມອອກເປັນເຫລັ້ມຢູ່ໃນສະຫະຣັດອະເມຣິກາ ໃນປີ 2016 ແລ້ວໄດ້ຈັດສົ່ງເຖິງເຈົ້າຂອງຜົນງານທຸກໆຄົນ ຢູ່ຕາມປະເທດຕ່າງໆ.
'''ຮາງວັນທີ່ໄດ້ຮັບ (Poetry Awards)'''

- Unique Moon published in "AMERICA AT THE MILLENNIUM - The Best Poems and Best Poets of The 20th Century"

- Several poems published in "Our 50 Most Famous Poets" and "Great Poems of the Western World" edited by Lavender Aurora, 2010-2014

- Several poems published in "Our Best Contemporary Poets" and "Today's Best Poets" of PoetryFest, edited by Betty Cummins Starr-Joyal 2013-2017

- "Poetry Nation" Award pin

- Several Certificates of Excellence from "The Famous Poets Society"

- "Great Poets Across America Award" in 2013

- "International Who's Who in Poetry" in 2013

- "Poetry Gold Medal of Excellence" of the PoetryFest in 2013 with others 64 Poets across the country.

- ຫລຽນ "ກະວີຜູ້ສືບທອດປູ່ປາງຄຳ" (Inherited Poet of The Lao Legendary Pangkham medal) 2014
- "ນັກກະວີຫລຽນຄຳ"ຂອງວົງການກະວີນິພົນລາວທົ່ວໂລກ ປີ 2016
- PoetryFest: Poet of the Year Award 2015, 2016
- PoetryFest: Hall of Fame Poet Award 2015, 2017
'''Member:'''
- The "League of Utah Writers" and "Poetry Nation" for years.
- The "Famous Poets Society" Lifetime Member since 2010
- Member of the Academy of American Poets since 2016
'''ພົບປະຢ້ຽມຢາມທາງອ໋ອນລາຍ'''

[https://www.facebook.com/Xaysouvanh.Phengphong ຢ້ຽມຢາມຢູ່ເຟສບຸກ Visit in Facebook]

[http://www.poetrysoup.com/poems_poets/poems_by_poet.aspx?ID=39325 ອ່ານຜົນງານຢູ່ໃນ PoetrySoup]

192ihu1ph8ctz5plv4nbcmv8hs5mldq